ໃນວັນທີ 12 ມິຖຸນາ 2026, ໂຄງການເກັບກູ້ລະເບີດແຫ່ງຊາດ ໄດ້ເປັນກຽດຕ້ອນຮັບການມາຢ້ຽມຢາມຂອງ ທ່ານ ຄຳໄຊ ເຊ່ຍຢິ້ງຢ່າງ, ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ພ້ອມດ້ວຍຄະນະ ຢູ່ ສະໜາມປະຕິບັດງານຂອງ ຄກລ ປະຈຳ ແຂວງ ຄຳມ່ວນ ທີ່ ບ້ານ ນາເປງ, ເມືອງ ບົວລະພາ. ແຂວງ ຄຳມ່ວນ ເປັນໜຶ່ງໃນທັງໝົດ 6 ແຂວງ ທີ່ໄດ້ຮັບການສະໜັບສະໜູນຈາກລັດຖະບານສະຫະລັດອາເມລິກາ 🇺🇸 ໂດຍຜ່ານ ບໍລິສັດ ເທັດທຣາ ເທັກ.

ການຢ້ຽມຢາມຄັ້ງນີ້ແມ່ນເພື່ອຕິດຕາມຊຸກຍູ້ການຈັດຕັ້ງປະຕິບັດວຽກງານແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ ເຊິ່ງເປັນໜຶ່ງໃນເປົ້າໝາຍບູລິມະສິດຂອງລັດຖະບານ ໂດຍສະເພາະແມ່ນເປົ້າໝາຍທີ 18 ວ່າດ້ວຍ “ຊີວິດທີ່ປອດໄພຈາກລະເບີດບໍ່ທັນແຕກ” ທີ່ລັດຖະບານໄດ້ສຸມໃສ່ຄວາມພະຍາຍາມໃນການແກ້ໄຂບັນຫາດັ່ງກ່າວເພື່ອປົກປ້ອງຊີວິດຂອງປະຊາຊົນລາວບັນດາເຜົ່າ ແລະ ສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ 🇱🇦. ພ້ອມດຽວກັນນີ້, ການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ ຍັງໄດ້ເຊື່ອມສານເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ 10 ແລະ ແຜນພັດທະນາແຮງງານ ແລະ ສະຫວັດດີການສັງຄົມ ຄັ້ງທີ 6 ໃນໄລຍະປີ 2026-2030 ອີກດ້ວຍ.

ຂໍສະແດງຄວາມຂອບໃຈເປັນຢ່າງສູງມາຍັງຄະນະນຳກະຊວງແຮງງານ ແລະ ສະຫວັດດີການສັງຄົມ ທີ່ໃຫ້ກຽດຢ້ຽມຢາມການປະຕິບັດງານຂອງໂຄງການເກັບກູ້ລະເບີດແຫ່ງຊາດ ໃນຄັ້ງນີ້ ແລະ ຂໍສະແດງຄວາມຂອບໃຈມາຍັງລັດຖະບານສະຫະລັດອາເມລິກາ 🇺🇸 ທີ່ສະໜັບສະໜູນການປະຕິບັດງານຂອງ ໂຄງການເກັບກູ້ລະເບີດແຫ່ງຊາດ ຢູ່ ແຂວງ ຄຳມ່ວນ ແລະ ລວມທັງໃນອີກ 5 ແຂວງ – ຫຼວງພະບາງ, ຫົວພັນ, ສະຫວັນນະເຂດ, ສາລະວັນ ແລະ ອັດຕະປື.