ການທໍາລາຍລະເບີດບໍ່ແມ່ນເລື່ອງງ່າຍເລີຍ!
ໃນວັນທີ 20 ກຸມພາ 2024, ທີມງານໂຄງການເກັບກູ້ລະເບີດແຫ່ງຊາດ ປະຈໍາ ແຂວງ ສະຫວັນນະເຂດ ໄດ້ສໍາເລັດການທໍາລາຍລະເບີດໃຫຍ່ (ບົມໃຫຍ່) ປະເພດ MK82 500lb ຈໍານວນ 1 ໜ່ວຍ ເຊິ່ງຢູ່ໃກ້ໃຈກາງຊຸມຊົນເຂດຕົວເມືອງ (ບ້ານ ສອນມີໄຊ), ເມືອງ ເຊໂປນ, ແຂວງ ສະຫວັນນະເຂດ ເຊິ່ງຕ້ອງໄດ້ອົບພະຍົບປະຊາຊົນ 6 ບ້ານ ໃນເຂດເທດສະບານ ຈໍານວນ 4,274 ຄົນ. ການທໍາລາຍລະເບີດແມ່ນໄດ້ສໍາເລັດລຸລ່ວງໄປດ້ວຍດີຕາມເຕັກນິກວິຊາການ ແລະ ແຜນການທີ່ວາງໄວ້ ເຊິ່ງໄດ້ຮັບການຮ່ວມມືຈາກທຸກພາກສ່ວນຂອງເມືອງ, ແຂວງ ແລະ ສູນກາງ.
ໂຄງການເກັບກູ້ລະເບີດແຫ່ງຊາດ ຂໍສະແດງຄວາມຂອບໃຈເປັນຢ່າງສູງມາຍັງອົງການປົກຄອງຂັ້ນສູນກາງ ແລະ ທ້ອງຖິ່ນ ລວມທັງ ພໍ່ແມ່ປະຊາຊົນ ທີ່ໃຫ້ການຊີ້ນໍາ ແລະ ໃຫ້ການຮ່ວມມືເປັນຢ່າງດີ. ພ້ອມນັ້ນ, ກໍ່ຂໍສະແດງຄວາມຊົມເຊີຍຕໍ່ອ້າຍນ້ອງພະນັກງານໂຄງການເກັບກູ້ລະເບີດແຫ່ງຊາດ ປະຈໍາ ແຂວງ ສະຫວັນນະເຂດ ທຸກທ່ານ ທີ່ເອົາໃຈໃສ່ປະຕິບັດໜ້າທີ່ວິຊາສະເພາະຂອງຕົນຢ່າງທຸ້ມເທ ແລະ ຕັ້ງໜ້າ ເຮັດໃຫ້ການທໍາລາຍລະເບີດຄັ້ງນີ້ມີຄວາມປອດໄພ.

ຂໍຂອບໃຈທຸກທ່ານທີ່ໃຫ້ກໍາລັງໃຈພວກເຮົາໃນການປະຕິບັດໜ້າທີ່ຕາມພາລະບົດບາດ ກໍ່ຄືຕາມການມອບໝາຍຂອງລັດຖະບານ ແຫ່ງ ສປປ ລາວ ແລະ ການສະໜັບສະໜູນຂອງບັນດາປະເທດຄູ່ຮ່ວມພັດທະນາ ພວກເຮົາຈະສືບຕໍ່ປະຕິບັດພາລະກິດອັນສໍາຄັນນີ້ເພື່ອຊ່ວຍໃຫ້ປະຊາຊົນລາວບັນດາເຜົ່າດໍາລົງຊີວິດດ້ວຍຄວາມປອດໄພຈາກລະເບີດບໍ່ທັນແຕກ.

ສຳລັບວິດີໂອການທຳລາຍລະເບີດໃຫຍ່ນີ້ ທ່ານສາມາດຮັບຊົມໄດ້ທີ່ເຟສ໌ບຸກເພຈ໌ຂອງ ຄກລ ຕາມລິ້ງນີ້: 500 lb Bomb Destruction in Savannakhet