ໃນວັນທີ 8 ເມສາ ທີ່ຜ່ານມາ ທີ່ ແຂວງ ຫຼວງພະບາງ, ໂຄງການເກັບກູ້ລະເບີດແຫ່ງຊາດ ໄດ້ເປັນກຽດຕ້ອນຮັບ ພະນະທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການຕ່າງປະເທດ, ປະທານຄະນະກໍາມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ ຢູ່ ສປປ ລາວ, ທ່ານ ເຈົ້າແຂວງ ແຂວງ ຫຼວງພະບາງ, ບັນດາທ່ານຮອງລັດຖະມົນຕີ, ເອກອັກຄະລັດຖະທູດ ແລະ ຜູ້ຕາງໜ້າຈາກສະຖານທູດ, ຜູ້ຕາງໜ້າອົງການສະຫະປະຊາຊາດເພື່ອການພັດທະນາ ປະຈໍາ ສປປ ລາວ, ຜູ້ຕາງໜ້າຈາກບັນດາກະຊວງ, ອົງການປົກຄອງທ້ອງຖິ່ນ ແຂວງ ຫຼວງພະບາງ ແລະ ບັນດາອົງການຈັດຕັ້ງສາກົນຕ່າງໆ ທີ່ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສາກົນໂຄສະນາເພື່ອຕ້ານລະເບີດບໍ່ທັນແຕກ ແລະ ການຊ່ວຍເຫຼືອເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກ ຄັ້ງທີ 19 ພາຍໃຕ້ຄໍາຂວັນ “ປົກປ້ອງຊີວິດ ສ້າງສັນຕິພາບ”. ພິທີສະເຫຼີມສະຫຼອງວັນສາກົນໂຄສະນາເພື່ອຕ້ານລະເບີດບໍ່ທັນແຕກ ແມ່ນຈະຈັດຂຶ້ນໃນວັນທີ 4 ເມສາ ຂອງທຸກໆປີ ເພື່ອເປັນການລະນຶກເຖິງຜົນສຳເລັດທີ່ສຳຄັນທີ່ຂະແໜງການແກ້ໄຂບັນຫາລະເບີດບໍ່ທັນແຕກຢູ່ ສປປ ລາວ ຍາດມາໄດ້ ໃນການເກັບກູ້ສິ່ງເສດເຫຼືອຈາກສົງຄາມ ແລະ ເນັ້ນໃສ່ບັນດາສິ່ງທ້າທາຍທີ່ຍັງເຫຼືອຢູ່. ພ້ອມດຽວກັນນັ້ນ, ບັນດາຄະນະຜູ້ແທນ ຍັງໄດ້ເຂົ້າຢ້ຽມຊົມສູນຢ້ຽມຢາມໂຄງການເກັບກູ້ລະເບີດແຫ່ງຊາດ ແລະ ຢ້ຽມຢາມສະໜາມປະຕິບັດງານ ຂອງ ຄກລ ຢູ່ທີ່ ບ້ານພິກໃຫຍ່ ໃນຕອນບ່າຍຂອງວັນດຽວກັນອີກດ້ວຍ.

ໃນລະຫວ່າງສົງຄາມອິນດູຈີນຄັ້ງທີສອງ (1964-1973), ລະເບີດຈຳນວນຫຼາຍກວ່າ 2 ລ້ານໂຕນ ໄດ້ຖືກຖິ້ມລົງໃນແຜ່ນດິນລາວ, ເຮັດໃຫ້ ສປປ ລາວ ກາຍເປັນປະເທດທີ່ຖືກຖິ້ມລະເບີດຫຼາຍທີ່ສຸດໃນໂລກ ທຽບໃສ່ຈໍານວນປະຊາກອນ, ເຊິ່ງມີການຄາດຄະເນວ່າຈຳນວນລະເບີດປະມານ 30% ແມ່ນຍັງບໍ່ທັນແຕກ ແລະ ຍັງສືບຕໍ່ເປັນໄພຂົ່ມຂູ່ໃຫ້ແກ່ການດໍາລົງຊີວິດຂອງປະຊາຊົນ ເຮັດໃຫ້ເກີດມີການບາດເຈັບລົ້ມຕາຍ ແລະ ກີດຂວາງການພັດທະນາເສດຖະກິດ-ສັງຄົມຂອງຊາດ.

ເຖິງແມ່ນວ່າ ຈະໄດ້ຮັບການຊ່ວຍເຫຼືອຈາກບັນດາປະເທດຜູ້ໃຫ້ທຶນ ແລະ ຄູ່ຮ່ວມພັດທະນາ ຕະຫຼອດໄລຍະຫຼາຍກວ່າສອງທົດສະວັດທີ່ຜ່ານມາ ຈົນສາມາດບັນລຸຜົນສຳເລັດໄດ້ຈຳນວນໜຶ່ງ ແຕ່ວ່າໂຄງການເກັບກູ້ລະເບີດແຫ່ງຊາດ ກໍ່ຍັງປະເຊີນກັບບັນຫາການຂາດງົບປະມານບາງໄລຍະ ເຊິ່ງໄດ້ສົ່ງຜົນກະທົບຕໍ່ການປະຕິບັດງານໃນບາງແຂວງເຊັ່ນດຽວກັນ.

ສະນັ້ນ, ໂຄງການເກັບກູ້ລະເບີດແຫ່ງຊາດ ຈຶ່ງຂໍຮຽກຮ້ອງມາຍັງຈາກບັນດາປະເທດຜູ້ໃຫ້ທຶນ ແລະ ຄູ່ຮ່ວມພັດທະນາ ຊ່ວຍສືບຕໍ່ໃຫ້ການສະໜັບສະໜູນວຽກງານການແກ້ໄຂບັນຫາລະເບີດບໍ່ທັນແຕກ. ການສະໜັບສະໜູນດັ່ງກ່າວແມ່ນມີຄວາມສຳຄັນຢ່າງຍິ່ງຕໍ່ການເກັບກູ້ລະເບີດບໍ່ທັນແຕກໃຫ້ໝົດໄປຈາກແຜ່ນດິນລາວ ແລະ ເພື່ອໃຫ້ບັນລຸເປົ້າໝາຍການພັດທະນາແບບຍືນຍົງ ທີ 18 ວ່າດ້ວຍ ຊີວິດທີ່ປອດໄພຈາກລະເບີດບໍ່ທັນແຕກ ເຊິ່ງມີຄວາມສຳຄັນຢ່າງຍິ່ງຕໍ່ການພັດທະນາເສດກິດ-ສັງຄົມຂອງ ສປປ ລາວ.