ໂຄງການເກັບກູ້ລະເບີດແຫ່ງຊາດ (ຄກລ) ສໍາເລັດການຈັດກອງປະຊຸມທົບທວນການຈັດຕັ້ງປະຕິບັດວຽກງານປະຈຳ 6 ເດືອນຕົ້ນປີ 2025 ແລະ ກຳນົດທິດທາງແຜນການປະຈໍາ 6 ເດືອນທ້າຍປີ 2025, ເຊິ່ງຈັດຂຶ້ນຢູ່ເມືອງ ປາກຊັນ, ແຂວງ ບໍລິຄຳໄຊ, ມີບັນດາພາກສ່ວນທີ່ສຳຄັນເຂົ້າຮ່ວມ ເພື່ອທົບທວນຄວາມຄືບໜ້າ, ແກ້ໄຂບັນດາສິ່ງທ້າທາຍ ແລະ ກຳນົດແຜນວຽກບູລິມະສິດສຳລັບ 6 ເດືອນທ້າຍປີ 2025.

ກອງປະຊຸມໄດ້ດຳເນີນພາຍໃຕ້ການເປັນປະທານຂອງ ທ່ານ ອານຸສັກ ພົງສາ, ຜູ້ອຳນວຍການໂຄງການເກັບກູ້ລະເບີດແຫ່ງຊາດ, ມີຜູ້ເຂົ້າຮ່ວມກອງປະຊຸມຈາກຫ້ອງການໃຫຍ່ ຄກລ, ຫ້ອງການ ຄກລ ປະຈຳ 9 ແຂວງ, ຕາງໜ້າຈາກກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ຫ້ອງການ ຄຊກລ ລວມທັງຕາງໜ້າຈາກອົງການ ສປຊ ເພື່ອການພັດທະນາ, ຊ່ຽວຊານອົງການຮ່ວມມືສາກົນແຫ່ງຍີ່ປຸ່ນ (ໄຈກາ) ແລະ ຊ່ຽວຊານບໍລິສັດເທັດທຣາ ເທັກ.

ກອງປະຊຸມໃນຄັ້ງນີ້ ບັນດາຜູ້ເຂົ້າຮ່ວມໄດ້ສະຫຼຸບຕີລາຄາຜົນການຈັດຕັ້ງປະຕິບັດວຽກງານຂອງ ຄກລ ໃນໄລຍະ 6 ເດືອນຕົ້ນປີ 2025, ພ້ອມທັງປຶກສາຫາລືກ່ຽວກັບສິ່ງທ້າທາຍ, ບົດຮຽນທີ່ຖອດຖອນໄດ້ ແລະ ໂອກາດໃນການປັບປຸງວຽກງານໃຫ້ດີຂຶ້ນ.

ກອງປະຊຸມຍັງໄດ້ກຳນົດຄາດໝາຍສູ້ຊົນຂອງແຕ່ລະໜ້າວຽກປະຈຳ 6 ເດືອນທ້າຍປີ 2025 ລວມມີ:

  • ສືບຕໍ່ວຽກງານໂຄສະນາສຶກສາຄວາມສ່ຽງໃນ 244 ບ້ານ.
  • ສືບຕໍ່ວຽກງານສຳຫຼວດບໍ່ແມ່ນວິຊາການໃນ 78 ບ້ານ.
  • ສືບຕໍ່ດຳເນີນການສຳຫຼວດດ້ານວິຊາການ 2,396 ເຮັກຕາ.
  • ສືບຕໍ່ກວດກູ້ເນື້ອທີ່ 1,846 ເຮັກຕາ.

ກອງປະຊຸມໄດ້ປິດລົງ ໃນເວລາ 16:00 ໂມງ ຂອງວັນທີ 6 ສິງຫາ 2025, ເຊິ່ງເປັນການຢືນຢັນຄວາມມຸ່ງໝັ້ນຂອງ ຄກລ ໃນການສ້າງຄວາມປອດໄພໃຫ້ແກ່ຊຸມຊົນ ແລະ ກ້າວໄປສູ່ການບັນລຸເປົ້າໝາຍການພັດທະນາແບບຍືນຍົງ ເປົ້າໝາຍທີ 18 ຂອງ ສປປ ລາວ – ຊີວິດທີ່ປອດໄພຈາກລະເບີດບໍ່ທັນແຕກ.