ທີ່ ແຂວງ ອັດຕະປື
ໃນວັນທີ 6 ເມສາ 2026, ທີມງານພາກສະໜາມຂອງໂຄງການເກັບກູ້ລະເບີດແຫ່ງຊາດ ປະຈຳ ແຂວງ ອັດຕະປື ທີ່ໄດ້ຮັບການສະໜັບສະໜູນຈາກລັດຖະບານສະຫະລັດອາເມລິກາ 🇺🇸 ໄດ້ດໍາເນີນການທຳລາຍລະເບີດໃຫຍ່ ນໍ້າໜັກ 500 ປອນ ປະເພດ MK82 ຈຳນວນ 1 ໜ່ວຍ. ເຊິ່ງໃນວັນທີ 1 ເມສາ 2026 ທີ່ຜ່ານມາ ໄດ້ມີປະຊາຊົນພາຍໃນ ບ້ານ ວົງຊົມພູ, ເມືອງ ພູວົງ ພົບເຫັນລະເບີດດັ່ງກ່າວ ແລະ ໄດ້ລາຍງານໃຫ້ແກ່ທີມງານພາກສະໜາມຂອງໂຄງການເກັບກູ້ລະເບີດແຫ່ງຊາດ ປະຈໍາ ແຂວງ ອັດຕະປື ຮັບຊາບໃນລະຫວ່າງທີ່ທີມງານກໍາລັງປະຕິບັດໜ້າທີ່ໃນການສໍາຫຼວດດ້ານວິຊາການ ເພື່ອກໍານົດຂອບເຂດພື້ນທີ່ອັນຕະລາຍຢູ່ໃນບ້ານດັ່ງກ່າວ.

ພາຍຫຼັງການປະເມີນທາງດ້ານວິຊາການ, ທີມງານພາກສະໜາມຂອງ ຄກລ ໂດຍສົມທົບກັບ ຊ່ຽວຊານຕ່າງປະເທດ ຂອງ ບໍລິສັດ ເທັດທຣາ ເທັກ ຈຶ່ງໄດ້ຕັດສິນໃຈເຄື່ອນຍ້າຍລະເບີດດັ່ງກ່າວອອກຈາກ ບ້ານ ວົງຊົມພູ ເພື່ອນໍາໄປທຳລາຍຢູ່ສະໜາມທຳລາຍລະເບີດສະເພາະ ທີ່ ບ້ານ ດາກກຽດ, ເມືອງ ຊານໄຊ ເຊິ່ງການທຳລາຍກໍໄດ້ລຸລ່ວງໄປດ້ວຍດີປາສະຈາກຄວາມເສຍຫາຍຕໍ່ຊີວິດ ແລະ ຊັບສິນຂອງປະຊາຊົນ.

ເຖິງແມ່ນວ່າສະພາບອາກາດຈະຮ້ອນອົບເອົ້າ ແລະ ສະພາບພື້ນທີ່ການປະຕິບັດງານຈະມີຄວາມທ້າທາຍພຽງໃດກໍ່ຕາມ, ແຕ່ທີມງານພາກສະໜາມຂອງໂຄງການເກັບກູ້ລະເບີດແຫ່ງຊາດ ຍັງຄົງມີຄວາມໝາຍໝັ້ນຢ່າງໜັກແໜ້ນໃນພາລະກິດປົກປ້ອງຊີວິດ ແລະ ຄວາມເປັນຢູ່ຂອງປະຊາຊົນ. ດ້ວຍການສະໜັບສະໜູນຢ່າງຕໍ່ເນື່ອງ, ການປະຕິບັດວຽກງານຂອງພວກເຮົາໄດ້ຊ່ວຍໃຫ້ຊຸມຊົນທົ່ວ ສປປ ລາວ ສາມາດດຳລົງຊີວິດໄດ້ຢ່າງປອດໄພ, ມີຄວາມໝັ້ນໃຈ ແລະ ຫ່າງໄກຈາກໄພຂົ່ມຂູ່ຂອງລະເບີດບໍ່ທັນແຕກ.