ການປະຕິບັດງານ

ການປະຕິບັດງານຂອງ ຄກລ ສະທ້ອນໃຫ້ເຫັນເຖິງຫຼັກການທົ່ວໄປຂອງວຽກງານເກັບກູ້ລະເບີດເພື່ອມະນຸດສະທຳ

ວຽກງານໂຄສະນາສຶກສາຄວາມສ່ຽງ ຫຼື ໂຄສະນາສຶກສາຊຸມຊົນ (ຄສສລ)

ຍົກສູງສະຕິລະມັດລະວັງຕົວຂອງປະຊາຊົນທີ່ອາໄສຢູ່ໃນພື້ນທີ່ທີ່ໄດ້ຮັບຜົນກະທົບຈາກ ລບຕ. ທີມງານໂຄສະນາສຶກສາຄວາມສ່ຽງໄດ້ນຳໃຊ້ຫຼາກຫຼາຍວິທີການໃນການໂຄສະນາໃຫ້ຄວາມຮູ້ແກ່ປະຊາຊົນ ລວມມີ: ການສະແດງລະຄອນຕຸກກະຕາ, ການຮ້ອງເພງ, ການຟ້ອນ ແລະ ການຫຼິ້ນເກມ. ທີມງານດັ່ງກ່າວ ໄດ້ສະໜັບສະໜູນວຽກງານສຳຫຼວດດ້ວຍການເກັ ບກຳຂໍ້ມູນຈຸດພິກັດຂອງ ລບຕ ທີ່ຊາວບ້ານພົບເຫັນ ໃນລະຫວ່າງການດຳເນີນກິດຈະກຳໂຄສະນາສຶກສາຄວາມສ່ຽງ.

ວຽກງານສຳຫຼວດ

ໜຶ່ງທີມປະກອບມີນັກສຳຫຼວດສອງຄົນດຳເນີນວຽກງານສຳຫຼວດ. ທີມງານດັ່ງກ່າວຈະສະໜອງຂໍ້ມູນລາຍລະອຽດກ່ຽວກັບແຜນທີ່ ແລະ ຈຸດທີ່ຕັ້ງຂອງລະເບີດທີ່ໄດ້ຮັບການລາຍງານ. ວຽກງານສໍາຫຼວດດ້ານວິຊາການທີ່ໄດ້ຮັບການປັບປຸງໃຫ້ດີຂຶ້ນ ແມ່ນວິທີການໃໝ່ທີ່ພັດທະນາຂຶ້ນໂດຍ ຄກລ ໃນປີ 2007. ທີມງານສໍາຫຼວດດ້ານວິຊາການທີ່ໄດ້ຮັບການປັບປຸງນັ້ນ ແມ່ນຈະປະເມີນການສະເໜີຂໍການກວດກູ້ດ້ວຍການສຶກສາຂໍ້ມູນສະຖິຕິຂອງ ລບຕ ທີ່ມີຢູ່ໃນສະເພາະພື້ນທີ່ໃດໜຶ່ງ (ຂໍ້ມູນການຖິ້ມລະເບີດ, ການລາຍງານການພົບເຫັນລະເບີດ ແລະ ຜູ້ເຄາະຮ້າຍຈາກ ລບຕ) ລວມກັບການສຸ່ມຕົວຢ່າງ 25% ຂອງເນື້ອທີ່ດິນ, ສິ່ງນີ້ຈະນໍາໄປສູ່ການສະເໜີຂໍເປັນທັງ:
(1) ມອບໝາຍວຽກໃຫ້ແກ່ທີມງານກວດກູ້ ຫຼື (2) ກຳນົດບູລິມະສິດຕ່ຳ/ຜົນກະທົບຈາກ ລບຕ ທີ່ມີຄວາມທ້າທາຍຕ່ຳ (ສຳລັບການກວດກູ້ທີ່ອາດຈະດຳເນີນໃນອະນາຄົດ).

ວຽກງານທຳລາຍເຄື່ອນທີ່

ເຄື່ອນຍ້າຍ ແລະ ທຳລາຍລະເບີດທີ່ພົບເຫັນຢູ່ເທິງໜ້າດິນ. ເພີ່ມຄວາມໝັ້ນໃຈ ແລະ ຄວາມປອດໄພໃຫ້ແກ່ປະຊາຊົນທີ່ດຳລົງຊີວິດຢູ່ພື້ນທີ່ທີ່ໄດ້ຮັບຜົນກະທົບຈາກ ລບຕ ເພື່ອຊີວິດການເປັນຢູ່ທີ່ດີຂອງປະຊາຊົນ ແລະ ນໍາໄປສູ່ການດຳລົງຊີວິດແບບປົກກະຕິ.

ວຽກງານກວດກູ້ພື້ນທີ່

ຊອກຫາ ແລະ ເຄື່ອນຍ້າຍລະເບີດຢູ່ໃນພື້ນດິນໂດຍນຳໃຊ້ເຄື່ອງກວດລະເບີດ. ເພີ່ມຈໍານວນເນື້ອທີ່ດິນທີ່ປອດໄພສຳລັບວຽກງານກະສິກຳ ແລະ ໂຄງການພັດທະນາເສດຖະກິດ-ສັງຄົມອື່ນໆ.

ພື້ນທີ່ຂອງ ການປະຕິບັດງານ

ໃນປະຈຸບັນ ສປປ ລາວ ເປັນປະເທດທີ່ໄດ້ຮັບຜົນກະທົບຈາກລະເບີດບໍ່ທັນແຕກ (ລບຕ) ຫຼາຍທີ່ສຸດໃນໂລກ. ລບຕ ຍັງຕົກຄ້າງຢູ່ທຸກຫົນທຸກແຫ່ງ, ລບຕ ແມ່ນຖືກພົບເຫັນຢູ່ຕາມທົ່ງນາ, ເດີ່ນໂຮງຮຽນ, ຕາມຈ້າຍພູ, ຢູ່ໃນແມ່ນນ້ຳ, ຕາມຖະໜົນຫົນທາງ ແລະ ເສັ້ນທາງຍ່າງ ແລະ ແມ້ນແຕ່ຢູ່ໃນໃຈກາງຕົວເມືອງຂອງແຂວງ.

ຄກລ ປະຕິບັດງານຢູ່ໃນບັນດາ ແຂວງທີ່ໄດ້ຮັບຜົນກະທົບຫຼາຍທີ່ສຸດຈາກ ລບຕ ຢູ່ໃນປະເທດໄດ້ແກ່:

1. ຫຼວງພະບາງ
2. ຫົວພັນ
3. ຊຽງຂວາງ
4. ຄຳມ່ວນ
5. ສະຫວັນນະເຂດ
6. ເຊກອງ
7. ສາລະວັນ
8. ອັດຕະປື
9. ຈຳປາສັກ