ຜູ້ເຄາະຮ້າຍຈາກ ລບຕ

ການສຳຫຼວດແຫ່ງຊາດກ່ຽວກັບ ອຸບັດຕິເຫດ ແລະ ຜູ້ເຄາະຮ້າຍ ຈາກ ລບຕ

ໃນປີ 2008, ຄະນະກຳມະການຄຸ້ມຄອງແຫ່ງຊາດເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ ທີ່ໄດ້ຮັບການສະໜັບສະໜູນໂດຍ ສູນຟື້ນຟູຄົບເຈັບແຫ່ງຊາດ ຂອງກະຊວງສາທາລະນະສຸກ ໄດ້ດຳເນີນການສຳຫຼວດພາກສະໜາມກ່ຽວກັບອຸບັດຕິເຫດ ແລະ ຜູ້ເຄາະຮ້າຍຈາກລະເບີດບໍ່ທັນແຕກທົ່ວ ສປປ ລາວ. ຜົນໄດ້ຮັບຈາກການສຳຫຼວດຕະຫຼອດຮອດຂໍ້ມູນຜູ້ເຄາະຮ້າຍ ແລະ ຜູ້ລອດຊີວິດຈາກ ລບຕ ສາມາດຫາຂໍ້ມູນເພີ່ມເຕີມໄດ້ທີ່ເວັບໄຊຕ໌ຂອງ ຄະນະກຳມະການຄຸ້ມຄອງແຫ່ງຊາດເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກຢູ່ ສປປ ລາວ: www.nra.gov.la

ຜູ້ເຄາະຮ້າຍ ແລະ ຜູ້ລອດຊີວິດຈາກ ລບຕ (ຂໍ້ມູນຂອງ ຄກລ)

ນັບແຕ່ປີ 1973 ເປັນຕົ້ນມາ ມີອຸບັດຕິເຫດທີ່ເກີດຈາກ ລບຕ ປະມານ 12,000 ຄັ້ງ. ຂໍ້ມູນດັ່ງກ່າວແມ່ນ ຄກລ ເປັນຜູ້ດຳເນີນການລົງເກັບກຳຢູ່ໃນພື້ນທີ່ທີ່ ຄກລ ປະຕິບັດວຽກງານນັບແຕ່ປີ 1999 ມາຮອດປະຈຸບັນ, ຂໍ້ມູນສະແດງໃຫ້ເຫັນວ່າມີຜູ້ເຄາະຮ້າຍຈຳນວນ 934 ຄົນ, ໃນນັ້ນ ມີ 655 ຄົນໄດ້ຮັບບາດເຈັບ ແລະ 279 ຄົນແມ່ນເສຍຊີວິດ. ຂໍ້ມູນດັ່ງກ່າວຊີ້ໃຫ້ເຫັນວ່າຜູ້ເຄາະຮ້າຍຈຳນວນຫຼາຍກວ່າ 50% ແມ່ນເດັກນ້ອຍ ແລະ ຫຼາຍກວ່າ 81% ແມ່ນເປັນເພດຊາຍ. ອຸບັດຕິເຫດສ່ວນໃຫຍ່ແມ່ນເກີດຈາກລະເບີດບົມບີ່. ທັງນີ້ທັງນັ້ນ ກະລຸນາຊາບວ່າ ຄກລ ຈະໄດ້ຮັບການລາຍງານອຸບັດຕິເຫດທີ່ເກີດຂຶ້ນສະເພາະໃນພື້ນທີ່ທີ່ ຄກລ ເຄື່ອນໄຫວເທົ່ານັ້ນ. ສ່ວນອຸບັດຕິເຫດທີ່ເກີດຂຶ້ນຕົວຈິງທົ່ວປະເທດແມ່ນອາດຈະມີຫຼາຍກວ່ານີ້. ການສຶກສາຄົ້ນຄວ້າໃນປີ 2006 ໂດຍອົງການຢູນິເຊບ ກ່ຽວກັບການປະເມີນຄວາມຕ້ອງການການໂຄສະນາໃຫ້ຄວາມຮູ້ກ່ຽວກັບຜົນຮ້າຍຂອງ ລບຕ ສະແດງໃຫ້ເຫັນວ່າ ປະຊາຊົນທັງຜູ້ໃຫຍ່ ແລະ ເດັກນ້ອຍແມ່ນມີຄວາມຮູ້ ແລະ ເຂົ້າໃຈໃນລະດັບສູງ ຕໍ່ກັບຄວາມສ່ຽງທີ່ກ່ຽວຂ້ອງກັບການສຳຜັດກັບ ລບຕ. ເຖິງແນວໃດກໍ່ຕາມ, ເຖິງແມ່ນວ່າປະຊາຊົນເຫຼົ່ານີ້ຮັບຮູ້ເຖິງຄວາມສ່ຽງຂອງ ລບຕ, ແຕ່ກໍ່ມີຫຼາຍຄົນທີ່ຍັງໄປສຳຜັດ ຫຼື ໄປໃກ້ຊິດກັບ ລບຕ ເກືອບທຸກມື້ ເຊິ່ງມັນຍັງສາມາດລະເບີດ ຫຼື ມີສັກກະຍະພາບພໍທີ່ຈະລະເບີດໄດ້. ການສຳຜັດກັບ ລບຕ ເຫຼົ່ານີ້ສາມາດຈັດວ່າເປັນການສໍາຜັດແບບສະໝັກໃຈ ຫຼື ຈົງໃຈ (ຕົວຢ່າງ: ການເຄື່ອນຍ້າຍ ລບຕ ອອກຈາກທີ່ດິນກະສິກຳ ຫຼື ການເກັບເສດເຫຼັກ) ຫຼື ບໍ່ໄດ້ສະໝັກໃຈ ແລະ ບໍ່ໄດ້ຕັ້ງໃຈສຳຜັດ (ຕົວຢ່າງ: ລບຕ ທີ່ພົບຢູ່ພື້ນດິນໃນຂະນະທີ່ທໍາການກະເສດ). ການປະເມີນຍັງສະແດງໃຫ້ເຫັນວ່າ ການຕັດສິນໃຈໃນການຈັດການກັບລະເບີດທີ່ພົບເຫັນ ແມ່ນມີຄວາມຊັບຊ້ອນ ແລະ ສຳພັນກັບສະພາບແວດລ້ອມທາງສັງຄົມທາງສັງຄົມ, ເສດຖະກິດ, ການເມືອງ ແລະ ປັດໄຈທາງວັດທະນະທຳ.

ສະຖານທີ່ທີ່ມັກເກີດອຸບັດຕິເຫດ:

  1. ໃຈກາງຊຸມຊົນບ້ານ (32%)
  2. ທົ່ງນາຢູ່ເຂດດິນສູງ (18%)
  3. ທົ່ງນາຢູ່ເຂດດິນຕ່ຳ (13%)
  4. ແຄມປ່າດົງ (12%)
  5. ທາງຍ່າງ ແລະ ຖະໜົນຫົນທາງ (7%)

ກິດຈະກຳທີ່ມັກກໍ່ໃຫ້ເກີດອຸບັດຕິເຫດຈາກ ລບຕ:

  1. ການພະຍາຍາມຈັດການກັບລູກລະເບີດ (24%)
  2. ການຜະລິດກະສິກຳ (22%)
  3. ການຊອກເກັບເຄື່ອງປ່າຂອງດົງ (14%)
  4. ການດັງໄຟ/ການແຕ່ງກິນ ແລະ ກິດຈະກຳອື່ນໆພາຍໃນຄົວເຮືອນ (12%)
  5. ການຫຼິ້ນລູກລະເບີດ (11%)

ລາຍງານອຸບັດຕິເຫດຈາກ ລບຕ ຕັ້ງແຕ່ປີ 2008 ຫາ ເດືອນຕຸລາ ປີ 2021

ໝາຍເຫດ: ຂໍ້ມູນນີ້ແມ່ນລາຍງານອຸບັດຕິເຫດຈາກ ລບຕ ທັງໝົດທີ່ເກີດຂຶ້ນໃນ ສປປ ລາວ ເຊິ່ງໄດ້ມາຈາກບັນດາອົງການປະຕິບັດງານເກັບກູ້ລະເບີດໃນ ສປປ ລາວ ທີ່ສັງລວມໂດຍ ຫ້ອງການ ຄຊກລ.

ຜູ້ລອດຊີວິດຈາກອຸບັດຕິເຫດທີ່ເກີດຈາກ ລບຕ ແມ່ນຈະໄດ້ຮັບການປິ່ນປົວຢູ່ໂຮງໝໍ. ພວກເຂົາໄດ້ຮັບການປິ່ນປົວຢູ່ທີ່ບັນດາສູນຟື້ນຟູສຸຂະພາບ. ບັນດາສູນຟື້ນຟູສຸຂະພາບດັ່ງກ່າວ ແມ່ນໄດ້ຮັບການສະໜັບສະໜູນຈາກ ສູນອົງຄະທຽມ ແລະ ເຄື່ອງຄ້ຳຊູ (COPE). ສຳລັບລາຍລະອຽດເພີ່ມເຕີມກ່ຽວກັບອຸບັດຕິເຫດຈາກ ລບຕ ສາມາດເຂົ້າເບິ່ງໄດ້ທີ່ເວັບໄຊຕ໌ຂອງ ຄະນະກໍາມະການຄຸ້ມຄອງແຫ່ງຊາດເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກຢູ່ ສປປ ລາວ: www.nra.gov.la