ຜົນກະທົບຈາກ ລບຕ

ຜົນກະທົບ ຈາກລະເບີດບໍ່ທັນແຕກ (ລບຕ)

ລັດຖະບານແຫ່ງ ສປປ ລາວ ຮັບຮູ້ວ່າ ລະເບີດບໍ່ທັນແຕກທີ່ຕົກຄ້າງນັ້ນ ເປັນສິ່ງທ້າທາຍຕໍ່ການພັດທະນາປະເທດຊາດ. ລະເບີດບໍ່ທັນແຕກທີ່ເຫຼົ່ານັ້ນ ຍັງສືບຕໍ່ຄຸມຄາມຄວາມປອດໄພທາງດ້ານຊີວິດ, ຊັບສິນ ແລະ ຄວາມປອດໄພດ້ານອາຫານການກິນຂອງປະຊາຊົນໃນພື້ນທີ່ຫຼາຍກວ່າ 25% ຂອງຈຳນວນບ້ານທັງໝົດໃນ ສປປ ລາວ. ມັນເປັນບັນຫາລະດັບຊາດ ແລະ ໄດ້ສົ່ງຜົນກະທົບຕໍ່ເປົ້າໝາຍຂອງລັດຖະບານໃນການຮັກສາການຈະເລີນເຕີບໂຕທາງເສດຖະກິດ ເພື່ອປັບປຸງຄຸນນະພາບຊີວິດຂອງປະຊາຊົນຜູ້ທຸກຍາກ, ຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາໃນປີ 2020, ແລະ ບັນລຸເປົ້າໝາຍການພັດທະນາແຫ່ງສະຫັດສະວັດໃນປີ 2015.

ລະເບີດບໍ່ທັນແຕກແມ່ນຈັດວ່າເປັນສາເຫດໜຶ່ງທີ່ພາໃຫ້ເກີດຄວາມທຸກຍາກ. ຕາມແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃນປີ 2003 ໄດ້ລະບຸໄວ້ວ່າ ການຕົກຄ້າງຂອງລະເບີດບໍ່ທັນແຕກ ແລະ ການເກີດສະພາວະຄວາມທຸກຍາກ ແມ່ນມີການກ່ຽວພັນກັນຢ່າງສະໜິດແໜ້ນ. ໃນບາງຊຸມຊົນທີ່ມີລະເບີດບໍ່ທັນແຕກຕົກຄ້າງຫຼາຍທີີ່ສຸດນັ້ນແມ່ນຍັງນອນຢູ່ໃນຊຸມຊົນທີ່ທຸກຍາກທີ່ສຸດໃນປະເທດອີກດ້ວຍ. ການທີ່ມີລະເບີດບໍ່ທັນແຕກຕົກຄ້າງຢູ່ນັ້ນ ເຮັດໃຫ້ເກີດມີພາວະຂາດແຄນອາຫານຢູ່ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກ ລບຕ ເນື່ອງຈາກວ່າມັນຈຳກັດການຂະຫຍາຍຕົວຂອງການຜະລິດກະສິກຳ ແລະ ຈໍາກັດຄວາມສາມາດຂອງຊາວບ້ານໃນການບັນລຸການພັດທະນາຊີວິດການເປັນຢູ່ທີ່ຍືນຍົງ. ປະຊາຊົນທີ່ທຸກຍາກຈຳນວນຫຼວງຫຼາຍຢູ່ເຂດຊົນນະບົດທີ່ຫ່າງໄກສອກຫຼີກ ປະເຊີນກັບສະພາບໜີເສືອພໍ້ແຂ້ຄື ຈະໃຊ້ຊີວິດ ແລະ ທໍາມາຫາກິນຢູ່ເຂດທີ່ມີຄວາມສ່ຽງຈາກລະເບີດຕົກຄ້າງ ຫຼື ຈະສືບຕໍ່ດຳລົງຊີວິດດ້ວຍຄວາມທຸກຍາກ. ໂຄງການພັດທະນາທຸກປະເພດທີ່ດຳເນີນຢູ່ໃນພື້ນທີ່ທີ່ໄດ້ຮັບຜົນກະທົບຈາກ ລບຕ (ການກໍ່ສ້າງຖະໜົນຫົນທາງ, ໂຮງຮຽນ ຫຼື ການພັດທະນາການທ່ອງທ່ຽວ) ລ້ວນແຕ່ມີຄວາມສ່ຽງຈາກ ລບຕ ແລະ ມີຄວາມຈຳເປັນຕ້ອງໄດ້ນຳໃຊ້ທຶນຮອນອັນມະຫາສານເຂົ້າໃນການເກັບກູ້ລະເບີດ.

ວຽກງານເກັບກູ້ລະເບີດໄດ້ປະກອບສ່ວນເຂົ້າໃນແຜນການລຶບລ້າງຄວາມທຸກຍາກຂອງລັດຖະບານ, ເປົ້າໝາຍຂອງລັດຖະບານທີ່ຈະນຳພາປະເທດຊາດໃຫ້ຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາໃນປີ 2020, ແລະ ບັນລຸເປົ້າໝາຍການພັດທະນາແຫ່ງສະຫັດສະວັດ ໃນປີ 2015.