ໄພຄຸກຄາມຈາກ ລບຕ

ໄພຄຸກຄາມຈາກລະເບີດບໍ່ທັນແຕກ (ລບຕ)

ເຖິງວ່າສົງຄາມອິນດູຈີນໄດ້ສິ້ນສຸດລົງເປັນເວລາຫຼາຍກວ່າ 4 ທົດສະວັດແລ້ວກໍຕາມ ແຕ່ວ່າລະເບີດຈໍານວນປະມານ 30% ທີ່ບໍ່ທັນແຕກຍັງສືບຕໍ່ເປັນໄພຂົ່ມຂູ່ຕໍ່ຊີວິດ ແລະ ເສດຖະກິດ-ສັງຄົມຂອງປະເທດຊາດຕະຫຼອດມາ. ພາຍຫຼັງສົງຄາມສິ້ນສຸດລົງແລ້ວ ຍັງມີຜູ້ຄົນໄດ້ຮັບບາດເຈັບ ຫຼື ເສຍຊີວິດຈາກ ລບຕ ຈຳນວນຫຼາຍກວ່າ 20,000 ຄົນ. ລະເບີດບໍ່ທັນແຕກ (ລບຕ) ໄດ້ເປັນສາເຫດເຮັັດໃຫ້ປະຊາຊົນບາດເຈັບ, ລົົ້ມຕາຍ ແລະ ເກີດພາວະຂາດແຄນອາຫານ ເພາະມັນໄດ້ຈຳກັດການເຂົ້າເຖິງການນໍາໃຊ້ທີ່ດິນຢ່າງປອດໄພເຂົ້າໃນການກະສິກຳ ເຮັດໃຫ້ປະຊາຊົນມີຄວາມຢ້ານກົວທີ່ຈະນໍາໃຊ້ທີ່ດິນໃນການທຳມາຫາກິນ, ເຊິ່ງປະຊາກອນລາວຫຼາຍກວ່າ 70% ແມ່ນປະກອບອາຊີບກະສິກໍາເປັນຫຼັກ ເພື່ອສ້າງລາຍຮັບ ແລະ ເພື່ອຄວາມໝັ້ນຄົງທາງດ້ານອາຫານ. ນອກນັ້ນ ລບຕ ຍັງເປັນສາເຫດເຮັດໃຫ້ຕ້ອງລົງທຶນສູງສຳລັບໂຄງການພັດທະນາໃນເຂດພື້ນທີ່ທີ່ຕ້ອງໄດ້ເກັບກູ້ ລບຕ.

ໃນຂະນະທີ່ ສປປ ລາວ ຍັງຈັດວ່າເປັນໜຶ່ງໃນປະເທດທີ່ທຸກຍາກທີ່ສຸດໃນພາກພື້ນອາຊີອາຄະເນ ແລະ ການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ແມ່ນກຳລັງຈະເລີນເຕີບໂຕຢ່າງຕໍ່ເນື່ອງ, ຄວາມຕ້ອງການໃນການນໍາໃຊ້ທີ່ດິນເຂົ້າໃນການຜະລິດກະສິກຳ, ອຸດສາຫະກຳ ແລະ ການພັດທະນາໂຄງລ່າງພື້ນຖານຕ່າງໆ ຈຶ່ງເພີ່ມຂຶ້ນຢ່າງໄວວາ, ແຕ່ວ່າສິ່ງທ້າທາຍອັນໃຫຍ່ຫຼວງທີ່ສຸດຢ່າງໜຶ່ງຕໍ່ການພັດທະນາປະເທດຊາດແມ່ນ ບັນຫາລະເບີດບໍ່ທັນແຕກທີ່ຍັງຕົກຄ້າງ ແລະ ຢັ່ງຢາຍຢູ່ຕາມພື້ນທີ່ຕ່າງໆຢ່າງກວ້າງຂວາງ. ປະຈຸບັນນີ້ ລບຕ ຍັງສືບຕໍ່ເປັນອຸປະສັກກີດຂວາງຕໍ່ການບັນລຸເປົ້າໝາຍການພັດທະນາແບບຍືນຍົງ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ເພື່ອເຮັດໃຫ້ປະເທດຊາດຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ. ຜົນຂອງການຄົ້ນຄວ້າໄດ້ຊີ້ໃຫ້ເຫັນວ່າ ສະພາວະຄວາມທຸກຍາກ ແລະ ການຂາດແຄນສະບຽງອາຫານ ແມ່ນມີການພົວພັນຢ່າງສະໜິດແໜ້ນກັບບັນຫາ ລບຕ.

ບັນດາລະເບີດບໍ່ທັນແຕກທີ່ຍັງສືບຕໍ່ເປັນໄພຄຸກຄາມຕໍ່ປະຊາຊົນລາວ ລວມມີລະເບີດປະເພດຕ່າງໆດັ່ງນີ້:

ລະເບີດລູກຫວ່ານ (ບົມບີ່)

ລະເບີດກະປາງແມ່ນອາວຸດຊະນິດໜຶ່ງທີ່ປະກອບດ້ວຍກາບຫໍ່ຫຸ້ມດ້ານນອກທີ່ຖືກອອກແບບມາເພື່ອໃຫ້ມັນສາມາດຫວ່ານລະເບີດໜ່ວຍນ້ອຍໆ (ລະເບີດລູກຫວ່ານ ຫຼື ບົມເລັດ) ໃຫ້ກະຈາຍອອກຢ່າງກວ້າງຂວາງ ເຊິ່ງແຕ່ລະໜ່ວຍມີນ້ຳໜັກໜ້ອຍກວ່າ 20 ກິໂລກຣາມ. ລະເບີດລູກຫວ່ານເຫຼົ່ານີ້ແມ່ນເປັນທີ່ຮູ້ຈັກກັນດີໃນ ສປປ ລາວ ທີ່ເອີ້ນວ່າ “ບົມບີ່”. ລະເບີດກະປາງແມ່ນຖືກຖິ້ມລົງມາຈາກເຮືອບິນ ຫຼື ຖືກຍິງຈາກໜ້າດິນຂຶ້ນສູ່ອາກາດ, ເຊິ່ງມັນຈະຫວ່ານບົມບີ່ໃຫ້ກະຈາຍໄປທົ່ວພື້ນທີ່ອັນກວ້າງຂວາງ. ລະເບີດບົມບີ່ມີອັດຕາການບໍ່ແຕກສູງເຖິງປະມານ 30 ສ່ວນຮ້ອຍ ແລະ ໄດ້ກະຈັດກະຈາຍໄປທົ່ວພື້ນທີ່ອັນກວ້າງຂວາງຫຼັງຈາກການຖິ້ມລະເບີດລົງມາ.

 

ກວມເອົາ 51% ຂອງຈຳນວນລະເບີດທີ່ພົບ, ເຄື່ອນຍ້າຍ ຫຼື ທຳລາຍ

ສຳພາວຸດໂຈມຕີທາງບົກ

 

ສຳພາວຸດໂຈມຕີທາງບົກປະກອບດ້ວຍອາວຸດທີ່ໃຊ້ບຸກໂຈມຕີທາງບົກເປັນຫຼັກ ເຊິ່ງຕາມປົກກະຕິແລ້ວແມ່ນຈະແຍກອອກເປັນໝວດໝູ່ຍ່ອຍໆລວມມີ ລະເບີດມື, ລູກປືນຄົກ, ລູກກະສຸນປືນ, ລູກປືນໃຫຍ່, ປອກກະສຸນປືນ ແລະ ຂີປະນາວຸດ.

ກວມເອົາ 48% ຂອງຈຳນວນລະເບີດທີ່ພົບ, ເຄື່ອນຍ້າຍ ຫຼື ທຳລາຍ

ລະເບີດໃຫຍ່

 

ລະເບີດໃຫຍ່ແມ່ນລະເບີດຮູບຊົງກະບອກທີ່ປະກອບດ້ວຍ 5 ພາກສ່ວນຫຼັກຄື: ກາບຫຸ້ມຫໍ່ດ້ານນອກ, ວັດຖຸລະເບີດທີ່ຢູ່ພາຍໃນ, ອຸປະກອນອື່ນໆເຊັ່ນ ປີກລະເບີດທີ່ຊ່ວຍໃນການຊົງຕົວເວລາລະເບີດຖືກຖິ້ມລົງມາ, ຟິວຈຳນວນໜຶ່ງ ຫຼື ສອງຟິວເພື່ອຈູດລະເບີດ ແລະ ກົນໄກສຳຫຼັບການຈູດຊະນວນ ຫຼື ການກະກຽມໃຫ້ມັນລະເບີດ.

ກວມເອົາ 0.4% ຂອງຈຳນວນລະເບີດທີ່ພົບ, ເຄື່ອນຍ້າຍ ຫຼື ທຳລາຍ

ລະເບີດຝັງດິນ

 

ລະເບີດຝັງດິນແມ່ນອາວຸດລະເບີດທີ່ໂດຍທົ່ວໄປແລ້ວຈະໃຊ້ວັດຖຸລະເບີດທີ່ມີອານຸພາບໃນການທຳລາຍລ້າງສູງຈາກຈຸດທີ່ມັນລະເບີດ, ເຊິ່ງຈະຖືກຫ້າງໄວ້ຢູ່ໃນດິນ ຫຼື ເທິງໜ້າດິນ ແລະ ຖືກອອກແບບມາເພື່ອທຳລາຍ ຫຼື ສະກັດສັດຕູທີ່ເປັນເປົ້າໝາຍ ນັບຕັ້ງແຕ່ທະຫານນັກຮົບຈົນຮອດພາຫະນະ ແລະ ລົດຖັງ ໃນຂະນະທີ່ພວກເຂົາເຄື່ອນທີ່ຜ່ານ ຫຼື ໄປໃກ້ໆໜ່ວຍລະເບີດຝັງດິນ. ຕາມປົກກະຕິແລ້ວ ອຸປະກອນລະເບີດຊະນິດນີ້ ຈະເກີດລະເບີດຂຶ້ນຢ່າງອັດຕະໂນມັດດ້ວຍແຮງກົດດັນໃນຂະນະທີ່ມີສັດຕູເປົ້າໝາຍຍ່າງມາຢຽບ ຫຼື ຂັບຂີ່ພາຫະນະມາຢຽບມັນ, ເຖິງແມ່ນວ່າບາງຄັ້ງຈະມີການນໍາໃຊ້ກົນໄກການລະເບີດແບບອື່ນໆກໍ່ຕາມ. ລະເບີດຝັງດິນອາດຈະທໍາລາຍເປົ້າໝາຍດ້ວຍການລະເບີດໂດຍກົງ, ຫຼື ດ້ວຍຊິ້ນສ່ວນລະເບີດທີ່ແຕກກະຈາຍອອກຈາກແຮງລະເບີດ ຫຼື ທັງສອງຢ່າງ. ການນຳໃຊ້ລະເບີດຝັງດິນແມ່ນເປັນທີ່ຖົກຖຽງກັນ ເນື່ອງຈາກວ່າມັນເປັນອາວຸດທີ່ສາມາດທຳລາຍໄດ້ໂດຍບໍ່ເລືອກເປົ້າໝາຍ. ຖ້າວ່າລະເບີດຝັງດິນນັ້ນຍັງບໍ່ທັນແຕກ ມັນກໍ່ຍັງສາມາດທຳອັນຕະລາຍໄດ້ ຫຼັງຈາກສົງຄາມຄວາມຂັດແຍ້ງໄດ້ສິ້ນສຸດລົງຫຼາຍປີແລ້ວ ຍັງທຳລາຍຊີວິດປະຊາຊົນ ແລະ ເສດຖະກິດຂອງປະເທດ.

ກວມເອົາ 0.4% ຂອງຈຳນວນລະເບີດທີ່ພົບ, ເຄື່ອນຍ້າຍ ຫຼື ທຳລາຍ