ການວາງແຜນປະຕິບັດງານ

ການວາງແຜນປະຕິບັດງານ ທິດທາງແຜນການຂອງ ຄກລ

ສປປລາວ ເປັນປະເທດທີ່ຖືກຖິ້ມລະເບີດຢ່າງໜັກໜ່ວງທີ່ສຸດໃນໂລກ. ພາຍຫຼັງສົງຄາມອິນດູຈີນໃນລະຫວ່າງປີ 1964 – 1973 ສິ້ນສຸດລົງ ແລະ ເມື່ອເວລາຜ່ານໄປສີ່ສິບກວ່າປີແລ້ວ, ລະເບີດບໍ່ທັນແຕກ (ລບຕ) ຍັງຄົງເປັນສິ່ງທ້າທາຍອັນໃຫຍ່ຫຼວງຕໍ່ມວນມະນຸດ ແລະ ເສດຖະກິດ-ສັງຄົມຂອງປະເທດ, ເປັນສາເຫດກໍ່ໃຫ້ເກີດການບາດເຈັບ ແລະ ເສຍຊີວິດ, ຈຳກັດການເຂົ້າເຖິງການນຳໃຊ້ທີ່ດິນໃຫ້ເກີດຜົນຜະລິດ ແລະ ເພີ່ມຕົ້ນທຶນຢ່າງມະຫາສານເຂົ້າໃນຂະບວນການພັດທະນາ. ພາຍຫຼັງສົງຄາມສິ້ນສຸດລົງໄດ້ບໍ່ດົນ ລັດຖະບານແຫ່ງ ສປປ ລາວ ກໍ່ໄດ້ເອົາໃຈໃສ່ຂຸ້ນຂ້ຽວໃນການເກັບກູ້ລະເບີດບໍ່ທັນແຕກ. ສປປ ລາວ ໄດ້ສະໜັບສະໜູນການຈັດກອງປະຊຸມປຶກສາຫາລືແກ້ໄຂບັນຫາລະເບີດລູກຫວ່ານ ແລະ ເປັນເຈົ້າພາບຈັດກອງປະຊຸມລັດພາຄີຄັ້ງທຳອິດ ໃນປີ 2010. ມັນຍັງກວມລວມເຖິງບັນຫາລະເບີດບໍ່ທັນແຕກ ເຊິ່ງເປັນບັນຫາທີ່ສໍາຄັນຕໍ່ການພັດທະນາ ໂດຍການກຳນົດເປົ້າໝາຍການພັດທະນາແບບຍືນຍົງທີ 18, “ລົບລ້າງອຸປະສັກທາງດ້ານລະເບີດບໍ່ທັນແຕກ ເພື່ອການພັດທະນາແຫ່ງຊາດ”.

ໃຫ້ການສະໜັບສະໜູນໂຄງການພັດທະນາຕ່າງໆ

ໂຄງການພັດທະນາຕ່າງໆ ຈະໄດ້ຮັບການສະໜັບສະໜູນ ແລະ ໄດ້ຮັບບູລິມະສິດການກວດກູ້ ຖ້າວ່າໂຄງການເຫຼົ່ານັ້ນໄດ້ຍື່ນໜັງສືສະເໜີຂໍການກວດກູ້ ໃຫ້ອຳນາດການປົກຄອງແຂວງ ກ່ອນທີ່ຈະມີການສ້າງແຜນປະຕິບັດງານປະຈຳປີ. ການສະເໜີຂໍການກວດກູ້ນີ້ ແມ່ນຈະດໍາເນີນປະມານເດືອນກໍລະກົດຂອງທຸກໆປີ. ກິດຈະກຳຂອງ ຄກລ ບໍ່ພຽງແຕ່ຈະປະກອບສ່ວນເຂົ້າໃນການປົກປ້ອງຊີວິດຂອງປະຊາຊົນເທົ່ານັ້ນ, ແຕ່ຍັງເປັນການຊ່ວຍສ້າງໂອກາດໃນການພັດທະນາເສດຖະກິດ-ສັງຄົມຢູ່ໃນບັນດາເມືອງທີ່ທຸກຍາກທີ່ສຸດອີກດ້ວຍ. ການວິເຄາະການທົດຖອຍຢູ່ໃນບົດລາຍງານການປະເມີນຄວາມທຸກຍາກຂອງ ສປປ ລາວ ໃນປີ 2003 ນັ້ນຢັ້ງຢືນວ່າທັງການຕົກຄ້າງຂອງລະເບີດໃນລະດັບເລີ່ມຕົ້ົ້ນ ຕະຫຼອດຈົນຄວາມຄືບໜ້າໃນການເກັບກູ້ລະເບີດນັ້ນ ຊີ້ໃຫ້ເຫັນເຖິງການປ່ຽນແປງຂອງສະພາວະຄວາມທຸກຍາກນັບແຕ່ເດືອນ8/ປີ 1997 ຫາ ເດືອນ3/ປີ 2002. ເມື່ອຂະຫຍາຍສະຖິຕິການທົດຖອຍໃນຂັ້ນເມືອງແລ້ວ, ອັດຕາການບໍລິໂພກ-ອຸປະໂພກຕໍ່ຫົວຄົນມີແນວໂນ້ມທີ່ຈະເພີ່ມຂຶ້ນຊ້າຢູ່ໃນພື້ນທີ່ທີ່ມີລະເບີດຕົກຄ້າງສູງ, ແລະ ເພີ່ມຂຶ້ນຢ່າງວ່ອງໄວຢູ່ໃນພື້ນທີ່ທີ່ໄດ້ຮັບການກວດກູ້ລະເບີດແລ້ວ.

ໂຄງການເກັບກູ້ລະເບີດແຫ່ງ ສປປ ລາວ ໄດ້ຊ່ວຍປັບປຸງແກ້ໄຂໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບຈາກ ລບຕ ສາມາດເຂົ້າເຖິງການນຳໃຊ້ທີ່ດິນ, ຕະຫຼາດ, ການບໍລິການທາງເສດຖະກິດ ແລະ ສັງຄົມ, ການນໍາໃຊ້ຊັບພະຍາກອນທາງທຳມະຊາດທີ່ຍືນຍົງຕໍ່ສິ່ງແວດລ້ອມຢ່າງເທົ່າທຽມກັນ. ວຽກງານເກັບກູ້ລະເບີດແມ່ນໄດ້ນຳໄປສູ່ການປັບປຸງຊີວິດການເປັນຢູ່ຂອງປະຊາຊົນທີ່ທຸກຍາກ ແລະ ຂາດແຄນອາຫານທີ່ປອດໄພ ໂດຍຜ່ານການພັດທະນາແບບຍືນຍົງໃນເປົ້າໝາຍການພັດທະນາແຫ່ງສະຫັດສະວັດຕາມແຜນພັດທະນາໃນປີ 2011.