ບັນຫາຂອງ ລບຕ

ບັນຫາ ລະເບີດບໍ່ທັັນແຕກ

ສປປ ລາວ ມີຈຸດພິເສດທີ່ບໍ່ເພິ່ງປະສົງຄື ເມື່ອສະເລ່ຍຈໍານວນລະເບີດທີ່ຕົກຄ້າງຕໍ່ຫົວຄົນແລ້ວ ຖືວ່າເປັນປະເທດທີ່ຖືກຖິ້ມລະເບີດຢ່າງໜັກໜ່ວງທີ່ສຸດໃນໂລກ. ໃນລະຫວ່າງປີ 1964 – 1973, ສະຫະລັດອາເມລິກາໄດ້ສົ່ງເຮືອບິນສູ້ຮົບຫຼາຍກວ່າ 500,000 ຖ້ຽວ ໃນການລໍາລຽງຂົນສົ່ງລະເບີດຫຼາຍກວ່າ 2 ລ້ານໂຕນ ເພື່ອພະຍາຍາມສະກັດກັ້ນການເຄື່ອນທັບຂອງກອງທັບຫວຽດນາມເໜືອ ໂດຍຜ່ານເຂົ້າມາທາງອານາເຂດຂອງປະເທດລາວ. ລະເບີດທີ່ຖືກຖິ້ມລົງມານັ້ນ ລວມມີລະເບີດລູກຫວ່ານຫຼາຍກວ່າ 270 ລ້ານໜ່ວຍ (ເຊິ່ງເປັນທີ່ຮູ້ຈັກໃນຊື່ “ບົມບີ່” ໃນລາວ) ທີ່ຖືກປ່ອຍອອກມາຈາກລະເບີດກະປາງ.

ການສູ້ຮົບທາງບົກທີ່ສຳຄັນ, ລວມທັງສົງຄາມເພື່ອປົດປ່ອຍເອກະລາດໃນໄລຍະທີ່ຕົກເປັນຫົວເມືອງຂຶ້ນຝຣັ່ງ ແລະ ການຕໍ່ສູ້ລະຫວ່າງກອງທັບຝ່າຍປະເທດລາວ ແລະ ກອງທັບຝ່າຍຣາຊະອານາຈັກລາວ ກໍ່ໄດ້ເຮັດໃຫ້ມີລະເບີດບໍ່ທັນແຕກຕົກຄ້າງເປັນຈຳນວນຫຼວງຫຼາຍ ໄດ້ແກ່ ໂບມໃຫຍ່, ຂີປະນາວຸດ, ລະເບີດມື, ລູກປືນໃຫຍ່, ລູກປືນຄົກ, ລູກມີນສັງຫານບຸກຄົນ, ແລະ ອຸປະກອນລະເບີດຊົ່ວຄາວ.

ມີການຄາດຄະເນວ່າປະມານ 30% ຂອງຈໍານວນລະເບີດທັງໝົດແມ່ນຍັງບໍ່ທັນແຕກ. ລະເບີດບໍ່ທັນແຕກເຫຼົ່ານັ້ນ ຍັງຕົກຄ້າງຢູ່ໃນດິນ ເຊິ່ງເຮັດໃຫ້ຜູ້ຄົນໄດ້ຮັບບາດເຈັບ ແລະ ພິການ ແລະ ເປັນອຸປະສັກຕໍ່ການພັດທະນາເສດຖະກິດ-ສັງຄົມ ແລະ ຄວາມໝັ້ນຄົງທາງດ້ານອາຫານ.

ສະຖິຕິຂອງ ລະເບີດບໍ່ທັນແຕກ

ຫຼາຍກວ່າ 270 ລ້ານໜ່ວຍ

ຄາດຄະເນຈຳນວນລະເບີດທັງໝົດທີ່ຖິ້ມໃສ່ ສປປ ລາວ ໃນລະຫວ່າງປີ 1964 – 1973.

30%

ຄາດຄະເນອັດຕາການລົ້ມເຫຼວຂອງລະເບີດພາຍໃຕ້ສະພາວະທີ່ເໝາະສົມ.

80 ລ້ານໜ່ວຍ

ຄາດຄະເນຈໍານວນລະເບີດທີ່ຍັງບໍ່ທັນແຕກ.

ຫຼາຍກວ່າ 1,700,000 ຫຼື 2.15%

ຈໍານວນ ຫຼື ເປີເຊັນຂອງລະເບີດບໍ່ທັນແຕກ ທີ່ ຄກລ ໄດ້ທຳລາຍນັບແຕ່ປີ 1996 ຮອດປີ 2020.