ໃນວັນທີ 6 ກຸມພາ 2024 ທີ່ຜ່ານມາ, ພະນະທ່ານ ຊາວີເອ ເບັດແຕນລ໌, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຄ້າຕ່າງປະເທດ ແລະ ລັດຖະມົນຕີການຮ່ວມມື ແລະ ວຽກງານມະນຸດສະທຳ ແຫ່ງ ຣາຊະອານາຈັກ ລຸກຊຳບວກ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ມາຢ້ຽມຢາມສະໜາມເກັບກູ້ລະເບີດບໍ່ທັນແຕກ ຂອງ ໂຄງການເກັບກູ້ລະເບີດແຫ່ງຊາດ ທີ່ ບ້ານ ພິກໃຫຍ່, ນະຄອນຫຼວງພະບາງ, ແຂວງ ຫຼວງພະບາງ.
ຄະນະຜູ້ແທນຈາກລຸກຊໍາບວກ ໄດ້ຮັບກຽດຕ້ອນຮັບຢ່າງອົບອຸ່ນຈາກ ທ່ານ ນາງ ໃບຄຳ ຂັດທິຍະ, ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ທ່ານ ນາງ ສິຣິພອນ ສຸພັນທອງ ຮອງເຈົ້າແຂວງ ແຂວງ ຫຼວງພະບາງ. ມີຜູ້ຕາງໜ້າຈາກກະຊວງການຕ່າງປະເທດ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ພະແນກການທີ່ກ່ຽວຂ້ອງ ຂອງ ແຂວງ ຫຼວງພະບາງ ພ້ອມດ້ວຍທີມງານຈາກໂຄງການເກັບກູ້ລະເບີດແຫ່ງຊາດ ກໍ່ໄດ້ເປັນກຽດເຂົ້າຮ່ວມຕ້ອນຮັບໃນຄັ້ງນີ້.
ໃນລະຫວ່າງການຢ້ຽມຢາມ, ບັນດາຄະນະຜູ້ແທນ ໄດ້ຮັບຟັງການລາຍງານຫຍໍ້ ກ່ຽວກັບ ສະພາບການຈັດຕັ້ງປະຕິບັດວຽກງານ ແລະ ຜົນສຳເລັດຂອງ ຄກລ ຈາກ ຮອງຜູ້ອໍານວຍການ ທ່ານ ເສົາມະນີ ມະນີວົງ ເຊິ່ງໄດ້ເນັ້ນໃສ່ການອະທິບາຍຂັ້ນຕອນການປະຕິບັດວຽກງານພາກສະໜາມ, ບັນດາຜົນສໍາເລັດ, ສິ່ງທ້າທາຍຕ່າງໆ ແລະ ໝາກຜົນສຳຄັນທີ່ໄດ້ຮັບຈາກຄວາມພະຍາຍາມໃນການເກັບກູ້ລະເບີດບໍ່ທັນແຕກ.
ບັນດາຄະນະຜູ້ແທນ ຍັງໄດ້ຮັບຊົມການສາທິດ ແລະ ທົດລອງນຳໃຊ້ເຄື່ອງກວດລະເບີດ ພ້ອມທັງຮັບຊົມການທຳລາຍລະເບີດຕົວຈິງໃນສະໜາມ ເຊິ່ງ ພະນະທ່ານ ເບັດແຕນລ໌ ຍັງໄດ້ໃຫ້ກຽດຊ່ວຍກົດປຸ່ມທຳລາຍລະເບີດ ໂດຍໄດ້ຮັບການແນະນຳດ້ານເຕັກນິກເປັນຢ່າງດີຈາກທີມງານພາກສະໜາມ ຂອງ ໂຄງການເກັບກູ້ລະເບີດແຫ່ງຊາດ.
ໂຄງການເກັບກູ້ລະເບີດແຫ່ງຊາດ ຂໍສະແດງຄວາມຂອບໃຈຢ່າງຈິງໃຈມາຍັງ ພະນະທ່ານ ເບັດແຕນລ໌ ຮອງນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ລຸກຊຳບວກ ພ້ອມດ້ວຍຄະນະ ທີ່ໃຫ້ກຽດມາຢ້ຽມຢາມພວກເຮົາ. ການຢ້ຽມຢາມໃນຄັ້ງນີ້ ບໍ່ພຽງແຕ່ເປັນການຮັດແໜ້ນສາຍພົວພັນລະຫວ່າງສອງປະເທດ ແຕ່ຍັງເພີ່ມທະວີຄຳໝັ້ນສັນຍາຂອງຣາດຊະອານາຈັກລຸກຊຳບວກທີ່ຈະສືບຕໍ່ໃຫ້ການຊ່ວຍເຫຼືອການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ ຢູ່ ສປປ ລາວ. ໂຄງການເກັບກູ້ລະເບີດແຫ່ງຊາດ ຈະສືບຕໍ່ການພົວພັນຮ່ວມມື ແລະ ຫວັງຢ່າງຍິ່ງວ່າຈະມີໂອກາດຕ້ອນຮັບບັນດາຄະນະຜູ້ແທນອີກໃນອະນາຄົດ.