ໃນວັນທີ 12 ມີນາ 2024, ໂຄງການເກັບກູ້ລະເບີດແຫ່ງຊາດ (ຄກລ) ຮ່ວມກັບ ອົງການສະຫະປະຊາຊາດເພື່ອການພັດທະນາ (UNDP) ໄດ້ຈັດກອງປະຊຸມທົບທວນການຈັດຕັ້ງປະຕິບັດໄລຍະເຄິ່ງໂຄງການ ທີ່ໄດ້ຮັບການສະໜັບສະໜູນຈາກລັດຖະບານລຸກຊຳບວກ ພາຍໃຕ້ໂຄງການທີ່ມີຊື່ວ່າ “ໂຄງການສະໜັບສະໜູນດ້ານປະສິດທິພາບ ແລະ ປະສິດທິຜົນໃນຂະແໜງການແກ້ໄຂບັນຫາລະເບີດບໍ່ທັນແຕກ ເພື່ອປະກອບສ່ວນເຂົ້າໃນຜົນສຳເລັດຂອງເປົ້າໝາຍການພັດທະນາແບບຍືນຍົງທີ 18 ແລະ ແຜນຍຸດທະສາດວ່າດ້ວຍ ເສັ້ນທາງກ້າວສູ່ຄວາມປອດໄພໄລຍະທີ 3 ແລະ ການປະຕິບັດງານຂອງໂຄງການເກັບກູ້ລະເບີດແຫ່ງຊາດ ທີ່ ແຂວງ ຄໍາມ່ວນ” ເຊິ່ງໄດ້ຈັດຂຶ້ນທີ່ ເມືອງ ທ່າແຂກ, ແຂວງ ຄຳມ່ວນ.

ກອງປະຊຸມໄດ້ດຳເນີນພາຍໃຕ້ການເປັນປະທານຂອງ ທ່ານ ນາງ ກຽນຕາ ວັນມະນາ, ຫົວໜ້າພະແນກການຕ່າງປະເທດ, ຮອງປະທານ ຄະນະກຳມະການຄຸ້ມຄອງວຽກງານແກ້ໄຂບັນຫາລະເບີດບໍ່ທັນແຕກ ຂອງ ແຂວງ ຄຳມ່ວນ, ພ້ອມດ້ວຍ ບັນດາຜູ້ເຂົ້າຮ່ວມ ຈາກ ກະຊວງ ແລະ ພະແນກການ ທີ່ກ່ຽວຂ້ອງຂັ້ນແຂວງ ແລະ ຂັ້ນເມືອງ ລວມທັງ ຜູ້ເຂົ້າຮ່ວມຈາກໂຄງການເກັບກູ້ລະເບີດແຫ່ງຊາດ, ສະຖານທູດລຸກຊຳບວກ, ອົງການ Lux Dev ແລະ ອົງການ ສປຊ ເພື່ອການພັດທະນາ.

ຈຸດປະສົງຂອງກອງປະຊຸມແມ່ນເພື່ອທົບທວນຄວາມຄືບໜ້າໃນການຈັດຕັ້ງປະຕິບັດໂຄງການໃນໄລຍະ 1 ປີ ຜ່ານມາຂອງທີມງານ ຄກລ ທີ່ເຄື່ອນໄຫວຢູ່ ແຂວງ ຄຳມ່ວນ ທີ່ໄດ້ຮັບການສະໜັບສະໜູນຈາກລັດຖະບານລຸກຊຳບວກ ປະກອບມີ ທີມງານເກັບກູ້ 2 ທີມ, ທີມງານສຳຫຼວດດ້ານວິຊາການ 1 ທີມ ແລະ ທີມງານໂຄສະນາສຶກສາຄວາມສ່ຽງ 1 ທີມ ເຊິ່ງໄດ້ເຄື່ອນໄຫວວຽກງານ ນັບແຕ່ເດືອນ ມີນາ 2023 ເປັນຕົ້ນມາ. ນອກຈາກນັ້ນ, ກອງປະຊຸມຍັງໄດ້ປຶກສາຫາລືກ່ຽວກັບບັນດາຜົນສຳເລັດ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍຕ່າງໆ ໃນການຈັດຕັ້ງປະຕິບັດວຽກງານໄລຍະຜ່ານມາ ພ້ອມທັງກຳນົດທິດທາງເພື່ອປັບປຸງການຈັດຕັ້ງປະຕິບັດແຜນກິດຈະກຳໃນປີ 2024 ອີກດ້ວຍ.

ພາຍຫຼັງສຳເລັດກອງປະຊຸມ, ບັນດາຜູ້ເຂົ້າຮ່ວມ ຍັງໄດ້ເດີນທາງໄປຢ້ຽມຢາມສະໜາມປະຕິບັດງານຂອງ ຄກລ ທີ່ບ້ານ ນ້ຳມາລາ-ນາຜາແດງ, ເມືອງມະຫາໄຊ ເຊິ່ງເປັນບ້ານເປົ້າໝາຍທີ່ນອນຢູ່ໃນແຜນງານໂຄງການພັດທະນາຂອງອົງການ Lux Dev ຮ່ວມກັບລັດຖະບານລາວ. ບັນດາຜູ້ເຂົ້າຮ່ວມໄດ້ຮັບຊົມການປະຕິບັດວຽກງານພາກສະໜາມຢູ່ທີ່ສະໜາມເກັບກູ້ຂອງໂຄງການເກັບກູ້ລະເບີດແຫ່ງຊາດ.