by vansalong khamchaisong | ຕ.ລ. 20, 2025 | ຂ່າວ
ທີ່ ນະຄອນຫຼວງວຽງຈັນ, ໃນວັນທີ 20 ຕຸລາ 2025 – ລັດຖະບານຍີ່ປຸ່ນ ໄດ້ຢືນຢັນການສະໜັບສະໜູນຢ່າງຕໍ່ເນື່ອງຕໍ່ຄວາມພະຍາຍາມລະດັບຊາດ ຂອງ ສປປ ລາວ ໃນການແກ້ໄຂຜົນກະທົບຈາກລະເບີດບໍ່ທັນແຕກ ເຊິ່ງໄດ້ໃຫ້ການຊ່ວຍເຫຼືອຄັ້ງໃໝ່ຈຳນວນ 673 ລ້ານເຢນ (ປະມານ 4.5 ລ້ານໂດລາສະຫະລັດ)....
by vansalong khamchaisong | ຕ.ລ. 16, 2025 | ຂ່າວ
ໃນວັນທີ 15 ຕຸລາ 2025, ສູນຢ້ຽມຢາມ ຂອງ ໂຄງການເກັບກູ້ລະເບີດແຫ່ງຊາດ ປະຈຳ ແຂວງ ຫຼວງພະບາງ ໄດ້ເປັນກຽດຕ້ອນຮັບການມາຢ້ຽມຢາມຂອງ ທ່ານ ທານາກະ ອາກິຮິໂກະ, ປະທານ ອົງການຮ່ວມມືສາກົນຍີ່ປຸ່ນ (ໄຈກາ). ຄະນະຢ້ຽມຢາມໄດ້ຮັບການຕ້ອນຮັບໂດຍ ທ່ານ ພອນປະເສີດ ສຸພັດທອນ, ຫົວໜ້າຫ້ອງການ ຄກລ ປະຈຳ ແຂວງ...
by vansalong khamchaisong | ກ.ຍ. 23, 2025 | ຂ່າວ
ໃນວັນທີ 23 ກັນຍາ 2025, ໂຄງການເກັບກູ້ລະເບີດແຫ່ງຊາດ ໄດ້ຕ້ອນຮັບ ທ່ານ ນາງ ແຮັດເຕີ ວາເຣຍອາວາ, ເອກອັກຄະລັດຖະທູດສະຫະລັດອາເມລິກາ ປະຈໍາ ສປປ ລາວ ພ້ອມດ້ວຍຄະນະ ຢູ່ສະຖານທີ່ປຸກສ້າງອາຄານຫ້ອງການຫຼັງໃໝ່ ຂອງ ຄກລ ປະຈໍາ ແຂວງ ຫຼວງພະບາງ ເຊິ່ງໃຫ້ການສະໜັບສະໜູນໂດຍລັດຖະບານສະຫະລັດອາເມລິກາ ຜ່ານ...
by vansalong khamchaisong | ກ.ຍ. 19, 2025 | Uncategorized @lo
ມູນນິທິອິໂຕະ ປະເທດຍີ່ປຸ່ນ ໄດ້ມອບອຸປະກອນ ໃຫ້ແກ່ ໂຄງການເກັບກູ້ລະເບີດແຫ່ງຊາດ ເພື່ອນຳໃຊ້ເຂົ້າໃນການຈັດຕັ້ງປະຕິບັດວຽກງານໂຄສະນາສຶກສາຄວາມສ່ຽງ ຂອງ ຄກລ ທີ່ເຄື່ອນໄຫວຢູ່ໃນ 9 ແຂວງ ທີ່ໄດ້ຮັບຜົນກະທົບຈາກລະເບີດບໍ່ທັນແຕກ ແນໃສ່ເພື່ອຫຼຸດຜ່ອນຈຳນວນຜູ້ຖືກເຄາະຮ້າຍ ແລະ...
by vansalong khamchaisong | ກ.ຍ. 8, 2025 | ຂ່າວ
ໂຄງການເກັບກູ້ລະເບີດແຫ່ງຊາດ ມີຄວາມພາກພູມໃຈທີ່ໄດ້ເຂົ້າຮ່ວມເປັນສ່ວນໜຶ່ງໃນການວາງສະແດງຜົນງານວຽກງານແກ້ໄຂບັນຫາລະເບີດບໍ່ທັນແຕກ ຮ່ວມກັບຫ້ອງການ ຄຊກລ ແລະ ອົງການປະຕິບັດງານອື່ນໆ ໃນພິທີສະເຫຼີມສະຫຼອງວັນມີຜົນບັງຄັບໃຊ້ສົນທິສັນຍາ ວ່າດ້ວຍ ການເກືອດຫ້າມລະເບີດລູກຫວ່ານ ຄົບຮອບ 15 ປີ...